Lao Script for Windows http://www.laoscript.net

Which Lao Unicode fonts can be used with my computer?

Many different Lao Unicode fonts have been made, but some work better than others, depending on whether you are using Windows, Mac or Linux, and also on the browser (or other application) being used.

The following sample text is shown using the font Saysettha Unicode, if font Saysettha Unicode is installed on your computer. (If the font is not installed, the browser may substitute another Lao font.)

To try another (installed) Lao Unicode font, enter the name of the font here, then press Try font...

Font size and style comparison

ໃນ​ເມື່ອ​ແວ່ນ​ວິ​ເສດ​ຂອງ​ພວກ​ເຮົາ​ເສຍ​ໄປ​ແລ້ວ, ພວກ​ຜູ້​ໃຫຍ່​ເວົ້າ​ວ່າ: ຫາກ​ມີ​ຄົນ​ເຂົາ​ປ້ອຍ​ດ່າ​ໃຫ້​ຄົນ​ກະ​ຕູ​ຕາຍ​ຮ່າ ກໍ່​ຢ່າ​ໃຫ້​ໄດ້​ເຂັດ​ຢຳ​ແດ່​ເນີ! ຫາກ​ແມ່ນ​ຄົນ​ເຂົາ​ດ່າ​ວ່າ​ຕາຍ​ສາ​ເຈົ້າ ກໍ່​ຢ່າ​ໃຫ້​ມີຄວາມ​ເປັນ​ຈິງ, ຖ້າ​ຫາກວ່າ​ເຂົາ​ດ່າ​ແບບ​ສັ່ງ​ໃຫ້​ເຈົ້າ​ຕາ​ບອດ​ສາ, ພວກ​ເຈົ້າ​ເປັນ​ເຈົ້າ​ວິນ​ຍານ​ສັກ​ສິດ​ຢ່າ​ໄດ້​ຖື​ເອົາ​ມາ​ໃຊ້​ເປັນ​ຄ້ອງ​ໃນ​ຄໍ, ຖ້າ​ຄົນ​ເຂົາ​ດ່າ​ແບບ​ສັ່ງ​ການ​ໃຫ້​ເອົາ​ໄມ້​ແສ້​ແຍ່​ແກ່ນ​ຕາ​ກໍ່​ໃຫ້​ຢ່າ​ເຮັດ.

Narrative Sample

ປະ​ເພ​ນີ​ຂອງ​ກະ​ຕູ​ບູ​ຮານ

ເຜົ່າກະຕູຢູ່ໃນສະໄໝບູຮານໄດ້ເລົ່າວ່າ: ຄົນເຮົາສາມາດຂ້າພວກຜີແລະແຕ່ນັ້ນມາພວກຜີບໍ່ສາມາດຈະມາໃກ້ຄົນກະຕູໄດ້.

ຄົນກະຕູບູຮານ, ເມື່ອຢູ່ສະໜຸກສຸກສະບາຍພວກເຂົາກໍ່ທຳມາຫາກິນຕາມທຳມະຊາດ. ເຂົາເຈົ້າບໍ່ມີອາການເຈັບເປັນ, ຢູ່ໃນໄລຍະນັ້ນ, ບໍ່ມີການລົ້ມຫາຍຕາຍຈາກໂລກນີ້ດອກ. ຄົນກະຕູສະໄໝນັ້ນກໍ່ແພ່ຜາຍຫຼາຍໆຄົນ, ຈຳນວນພົນລະເມືອງກໍ່ມີຫຼາຍ, ຢູ່ໃນໂລກນີ້ມີຄົນກະຕູຢ່າງໜາແໜ້ນ, ຜືນດິນແຫ່ງນີ້ເຕັມແຕ່ຄົນກະຕູ. ພາກສວ່ນພວກຜີແຕ່ລະມື້ແຕ່ລະເດືອນແມ່ນຖືກຄົນກະຕູບູຮານຂ້າ. ແຕ່ລະປີພວກຜີຕົກຢູ່ໃນສະພາບຖືກທ່າຮັບ, ຖືກມະນຸດດັບສູນ. ນັບຕັ້ງແຕ່ນັ້ນມາ, ພວກຜີບໍ່ພໍໃຈກັບຄົນກະຕູ.

ນັບຕັ້ງແຕ່ນັ້ນມາພວກຜີໄດ້ຊອກວິທີແລະຄິດວ່າເປັນແນວໃດມະນຸດຈິ່ງສາມາດເຫັນພວກຕົນໄດ້. ອາໄສຢູ່ແຜ່ນດິນກໍ່ບໍ່ຫວິດ, ຄົນຍັງນຳມາຂ້າ, ບາດແລ້ວກໍ່ຍັງໄປຂ້າຈົນໄດ້, ຈຳເປັນຕ້ອງອາໄສເຊື່ອງຊ່ອນຢູ່ຕົ້ນໄມ້ໃບຫຍ້າ, ເຂົາເຈົ້າກໍ່ຍັງນຳໄປປາບ. ພວກເຮົາລົງໄປຢູ່ນ້ຳກໍ່ຍັງມີຄົນເຫັນແລະຂ້າໄດ້, ພວກຜີກໍ່ເສຍໃຈ, ຄຽດແຄ້ນກັບມະນຸດ. ຕາມຜູ້ໃຫຍ່ເຄີຍໄດ້ເລົ່າສູ່ພວກເດັກນ້ອຍສືບຕໍ່ກັນມາ.

ໃນມື້ໜຶ່ງ, ພວກຜູ້ໃຫຍ່ໄປທຳມາຫາກິນຢູ່ໄຮ່ສວນໃນແຕ່ລະວັນ, ປະໄວ້ຍັງເຫຼືອແຕ່ເດັກນ້ອຍຢູ່ບ້ານ. ພວກຜີກໍ່ຊອກຫາກົນອຸບາຍໃໝ່ຕໍ່ເດັກນ້ອຍ; ພວກຜີຖາມເດັກນ້ອຍວ່າ: ໂອ! ພໍ່ແມ່ຂອງພວກເຈົ້າບໍ່ມີຄວາມສາມາດເບິ່ງເຫັນພວກຜີດອກ, ເດັກນ້ອຍຕອບວ່າ: ຮວ້າຍເຈົ້າຜີຮູ້ຈັກບໍ່ຄົນກະຕູຄືພວກເຮົາດັບສູນຜີໄດ້ຫຼາຍ ບັກແລ້ວໃດ. ເດັກນ້ອຍເວົ້າຕໍ່ວ່າເຜົ່າກະຕູພວກຂ້າພະເຈົ້າມີແວ່ນວິເສດ ເຊິ່ງມີຄວາມສາມາດເຫັນໄດ້ທຸກຢ່າງໃດແລະມີຄວາມສາມາດຂ້າພວກເຂົາ ອີກດ້ວຍ. ພວກຜີງຶກຫົວ ແລ້ວເວົ້າຕໍ່ເດັກວ່າ: ເອີ! ເອີ! ໄດ້ແລ້ວ.

ໃນ​ເມື່ອ​ຮູ້ຄວາມ​ລັບ​ຂອງ​ຄົນ​ແລ້ວ, ພວກ​ເດັກ​ນ້ອຍ​ຜີ​ກໍ່​ແຈ້ງ​ໃຫ້​ພໍ່​ແມ່ຂອງ​ຕົນ​ຮູ້​ຈັກ​ວ່າ​ມະ​ນຸດ​ເຂົາ​ ເຈົ້າ​ມີ​ແວ່ນ​ວິ​ເສດ​ເຊິ່ງ​ສາ​ມາດ​ເຫັນ​ແລະ​ມີຄວາມ​ສາ​ມາດ​ຂ້າ​ພວກ​ເຮົາ​ ອີກ​ດ້ວຍ.  ຜູ້​ເປັນ​ພໍ່​ເປັນ​ແມ່​ຜີ​ຕອບ​ລູກວ່າ: ແມ່ນ​ແທ້​ບໍ່? ລູກ​ຜີ​ຕອບ​ວ່າ​ມີ​ອີ​ຫຼີ, ພໍ່​ແມ່ພວກ​ຜີ​ຖາມ​ລູກວ່າ: ພວກ​ເຈົ້າ​ຮູ້​ມາ​ແຕ່​ໃສ?  ຜູ້​ໃດ​ບອກ​ພວກ​ເຈົ້າ​ຮູ້, ໂອ!  ນັ້ນ​ວ໋າ ກໍ່​ແມ່ນ​ໃຜ​ອີກ ພວກ​ເດັກ​ນ້ອຍ​ມະ​ນຸດ​ຫັ້ນ​ເດ່​ເປັນ​ຜູ້​ເວົ້າ​ໃຫ້​ພວກ​ເຮົາ​ຮູ້, ພໍ່​ແມ່​ຕື່ນ​ຂຶ້ນ​ວ່າ: ຮຶ້! ໄດ້​ແລ້ວ, ໄດ້​ແລ້ວ.

ນັບ​ຕັ້ງ​ແຕ່​ນັ້ນ​ມາ​ໃນ​ແຕ່​ລະ​ມື້, ພວກ​ຜີ​ມີ​ແຕ່​ໄປ​ຈອບ​ເບິ່ງ​ຄົນ, ຊອກ​ເບິ່ງ​ບ່ອນ​ຄົນ​ເອົາ​ແວ່ນ​ວິ​ເສດ​ໄວ້​ຢູ່​ໃສ,  ແຕ່​ບໍ່​ປະ​ກົດ​ເຫັນ​ຈັກ​ເທື່ອ.

ໃນ​ມື້​ໜຶ່ງ, ພວກ​ເດັກ​ນ້ອຍ​ຜີ​ໄປ​ຫຼິ້ນ​ທາງ​ບ້ານ​ມະ​ນຸດ, ພວກ​ເດັກ​ນ້ອຍ​ຜີ​ກໍ່​ເລີຍ​ພົບ​ຄົນ​ຜູ້​ໜຶ່ງ, ພວກ​ເຂົາ​ທ້ວງວ່າ: ໂອ! ພໍ່​ປູ່​ມາ​ແຕ່​ໃສວ໋າ. ເຈົ້າ​ມາ​ແຕ່​ໃສ​ແທ້. ຄົນ​ຜູ້​ນັ້ນ​ເປັນ​ຄົນ​ໂງ່, ຄົນ​ໂງ່ຕອບ​ວ່າ​ໂອ​ຖາມ​ຂ້ອຍ​ບໍ່, ພວກ​ຜີ​ຕອບ​ແມ່ນ​ແລ້ວ​ພໍ່​ປູ່,່ ພໍ່​ປູ່​ຊິ​ໄປ​ໃສ. ໂອ! ຂ້ອຍ​ຊິ​ໄປ​ທ່ຽວ​ຫຼິ້ນ​ດອກ, ເດັກ​ນ້ອຍ​ຜີ​ວ່າ ໂອ!  ເຈົ້າ​ເຄີຍ​ໄດ້​ຍິນ​ບໍ່ ເຂົາ​ເວົ້າ​ວ່າ​ມີ​ເລື່ອງ​ແວ່ນ​ວິ​ເສດ? ແມ່ນ​ເຂົາ​ເຈົ້າ​ເອົາ​ໄວ້​ຢູ່​ໃສ່. ແວ່ນ​ວິ​ເສດ​ສາ​ມາດ​ເບິ່ງ​ຄົນ​ອື່ນ​ແມ່ນ​ບໍ່?  ຄົນ​ໂງ່ຕອບ​ວ່າ​ໂອ! ຂ້ອຍ​ຮູ້​ຢູ່ດອກ, ພວກ​ເຈົ້າ​ຊິ​ເຮັດ​ຫຍັງ? ຖ້າ​ວ່າ​ພໍ່​ປູ່​ຮູ້​ໄປ​ເອົາ​ໃຫ້​ພວກ​ຫຼານ​ເບິ່ງ​ໄດ້​ບໍ່. ໂອ! ພວກ​ເຈົ້າ​ຢາກ​ເຫັນ​ແທ້​ວ໋າ ພວກ​ເດັກ​ນ້ອຍ​ຜີ​ຕອບ​ວ່າ​ພວກ​ເຮົາ​ຢາກ​ເຫັນ​ຊື່ໆ​ບໍ່​ເຮັດ​ຫຍັງ, ພວກ​ເຮົາ​ບໍ່​ເອົາ​ດອກ.  ຄົນ​ໂງ່​ຜູ້​ນັ້ນ​ກໍ່​ໄປ​ເອົາ​ແວ່ນ​ວິ​ເສດ​ດັ່ງ​ກ່າວ​ໃຫ້​ເດັກ​ນ້ອຍ​ຜີ​ເບິ່ງ.

ໃນ​ເມື່ອ​ເດັກ​ນ້ອຍ​ຜີ​ເຫັນ​ແວ່ນ​ກໍ່​ຍ້ອງ​ອ້າງ​ຄົນ​ໂງ່​ວ່າ: ໂອ! ໂຮ! ຈັ່ງ​ແມ່ນ​ງາມ​ຫຼາຍ​ແທ້​ເນາະ, ໂອ​ມັນ​ເປັນ​ຈັ່ງ​ຊີ້ ​ນໍ. ໃນ​ສຸດ​ທ້າຍ, ພວກ​ເດັກ​ນ້ອຍ​ຜີ​ດັ່ງ​ກ່າວ​ກໍ່​ຍາດ​ເອົາ​ຈາກ​ມື​ຄົນ​ໂງ່​ໄດ້, ແລ້ວ​ແລ່ນ​ໜີ​ໄປ​ຈ້ອຍ.  ນັບ​ຕັ້ງ​ແຕ່​ນັ້ນ​ມາ​ຄົນ​ກະ​ຕູ​ເຂົາ​ເຈົ້າ​ໄດ້​ຮັບ​ເຄາະ​ຮ້າຍ​ຈາກ​ຜີ​ແລະ​ບໍ່​ເຫັນ​ໂຕ​ຜີ​ຈົນ​ຮອດ​ທຸກ​ມື້​ນີ້.

ຫຼັງ​ຈາກ​ນັ້ນ​ມາ, ພວກ​ຜີ​ໄດ້​ແວ່ນ​ວິ​ເສດ​ອັນ​ນັ້ນ​ໃນ​ກຳ​ມື. ຮອດ​ປະ​ຈຸ​ບັນ​ມັນ​ກໍ່​ຍັງ​ຢູ່​ນຳ​ພວກ​ຜີ. ຄົນ​ກະ​ຕູ​ພວກ​ເຮົາ, ນັບ​ຕັ້ງ​ແຕ່​ນັ້ນ​ມາ​ບໍ່​ສາ​ມາດ​ເບິ່ງ​ເຫັນ​ຜີ​ອີກ. ໃນ​ຕໍ່​ມາ​ພວກ​ຜີ​ສ້າງ​ຄວາມ​ສະ​ໜຸກ​ຈັບ​ກິນ​ຄົນ, ໃນ​ແຕ່​ລະ​ບ້ານ​ກໍ່​ເກີດ​ມີ​ອາ​ການ​ເຈັບ​ເປັນ​ອຶກ​ກະ​ທຶກ.  ຝູງ​ຄົນ​ກະ​ຕູ ຕົກ​ຢູ່​ໃນ​ສະ​ພາບ​ຖືກ​ຂົ່ມ​ຂູ່ຂອງ​ຜີ​ແລະ​ເກີດ​ມີ​ຄົນ​ເສຍ​ຊິ​ວິດ​ສູນ​ຫາຍ​ ໄປ​ຍ້ອນ​ພວກ​ຜີ​ແລະ​ພວກ​ຜີ​ແກ້​ແຄ້ນ​ຄືນ​ກັບ​ຄົນ​ຈົນ​ຮອດ​ທຸກວັນ​ນີ້.

ເຜົ່າ​ກະ​ຕູ​ໃນ​ເວ​ລາ​ນັ້ນ​ຕົກ​ຢູ່​ໃນ​ສະ​ພາບ​ເດືອດ​ຮ້ອນ​ຫຼາຍ, ຄົນ​ເສຍ​ຊິ​ວິດ​ທຸກວັນ, ເຂົາ​ເຈົ້າ​ຮ້ອງ​ໄຫ້​ຢ່າງ​ສະ​ນັ່ນ​ຫວັ່ນ​ໄຫວ​ຢູ່​ບົນ​ໜ້າ​ໂລກ​ແຜ່ນ​ດິນ​ແຫ່ງ​ນີ້, ໄດ້​ສ້າງ​ຄວາມ​ວຸ່ນ​ວາຍ​ກັບ​ເຈົ້າ​ວິນ​ຍານ, ເຈົ້າ​ວິນ​ຍານ​ໄດ້​ແຕ່ງ​ຄົນ​ຂອງ​ຕົນ​ລົງ​ໄປ​ເບິ່ງ​ແລະ​ຖາມ​ເຂົາ​ເຈົ້າ​ວ່າ​ມີ​ເລື່ອງ​ຫຍັງ? ລົງ​ໄປ​ເບິ່ງ​ດູ. ເຈົ້າ​ວິນ​ຍານ​ລົງ​ໄປ​ກໍ່​ເຫັນ​ພວກ​ຜີ​ຂ້າ​ຄົນ. ເຈົ້າ​ວິນ​ຍານ​ທ້ວງວ່າ: ໂອ!  ມີ​ມະ​ນຸດ​ເຂົາ​ເຈົ້າ​ເສຍ​ຊິ​ວິດ, ເຂົາ​ເຈົ້າ​ຈິ່ງ​ຮ້ອງ​ໄຫ້​ເຊິ່ງ​ແມ່ນ​ພວກ​ຜີ​ເປັນ​ຜູ້​ທຳ​ລາຍ​ມະ​ນຸດ​ຊາດ. ເຈົ້າ​ວິນ​ຍານ​ເວົ້າ​ວ່າ: ໂອ! ເປັນ​ໜ້າ​ສົງ​ສານ​ມະ​ນຸດ​ແທ້.  ເຈົ້າ​ວິນ​ຍານ​ເຫັນ​ສະ​ພາບ​ທີ່​ກ່າວ​ມາ, ວິນ​ຍານ​ກັບ​ຄືນ​ມາ​ລາຍ​ງານ​ກັບ​ເຈົ້າ​ນາຍ​ຕົນ​ວ່າ:  ພວກ​ຜີ​ກິນ​ຄົນ.  ເຈົ້າ​ນາຍ​ຕອບ​ວ່າ: ດີ​ແທ້​ບໍ່​ຄວນ​ຈະ​ເຮັດ​ແນວ​ນັ້ນ, ພວກ​ເຮົາ​ຕ້ອງ​ລົງ​ຊ່ອຍ​ມະ​ນຸດ​ດ້ວຍ​ວິ​ທີ​ລົງ​ສູນ​ຄົນ​ໃຫ້​ໄດ້​ຜູ້​ໃດ​ຜູ້​ໜຶ່ງ, ເພື່ອ​ເປັນ​ການ​ສ້າງ​ທ່ານ​ໝໍ​ໃຫ້​ຄົນ​ກະ​ຕູ​ອີກ​ດ້ວຍ.

ຄົນ​ບູ​ຮານ​ເຂົາ​ເຈົ້າ​ຢູ່​ໃນ​ສະ​ພາບ​ເປັນ​ແນວ​ນັ້ນ​ພວກ​ລູກ​ເອີຍ​ໃນ​ສະ​ໄໝ​ພໍ່​ປູ່ ແມ່​ຍ່າ​ເຂົາ​ເຈົ້າ​ເລົ່າ​ຄວາມ​ເປັນ​ມາ​ແບບ​ນັ້ນ, ຈິງ​ບໍ່​ຈິງ​ພວກ​ເຮົາ​ກໍ່​ບໍ່​ຊາບ​ນຳ, ກໍ່​ໄດ້​ເລົ່າ​ຕໍ່ໆ​ກັນ​ມາ, ຈົນ​ເຖິງ​ໃນ​ປະ​ຈຸ​ບັນ​ນີ້.  ໃຫ້​ພວກ​ເດັກໆ​ຊົງ​ຈຳ​ແລະ​ຄິດ​ເບິ່ງ​ຊິ​ວິດ​ຂອງ​ຄົນ​ກະ​ຕູ​ບູ​ຮານ​ຂອງ​ພວກ​ເຮົາ, ໃຫ້​ຄົນ​ສະ​ໄໝ​ນີ້​ຕ້ອງ​ມີ​ການ​ປົກ​ປັກ​ຮັກ​ສາ​ໄວ້. ເຖິງວ່າ​ມັນ​ເປັນ​ເລື່ອງ​ເລັກໆ​ກໍ່​ຕາມ, ແຕ່​ອາດ​ເມືອ​ໜ້າ​ຈະ​ມີ​ຄຸນ​ຄ່າ​ພວກ​ເຮົາ​ກໍ່​ບໍ່​ຮູ້ ແທ້​ໃດ.

ໃນ​ເມື່ອ​ແວ່ນ​ວິ​ເສດ​ຂອງ​ພວກ​ເຮົາ​ເສຍ​ໄປ​ແລ້ວ, ພວກ​ຜູ້​ໃຫຍ່​ເວົ້າ​ວ່າ: ຫາກ​ມີ​ຄົນ​ເຂົາ​ປ້ອຍ​ດ່າ​ໃຫ້​ຄົນ​ກະ​ຕູ​ຕາຍ​ຮ່າ ກໍ່​ຢ່າ​ໃຫ້​ໄດ້​ເຂັດ​ຢຳ​ແດ່​ເນີ!  ຫາກ​ແມ່ນ​ຄົນ​ເຂົາ​ດ່າ​ວ່າ​ຕາຍ​ສາ​ເຈົ້າ ກໍ່​ຢ່າ​ໃຫ້​ມີຄວາມ​ເປັນ​ຈິງ, ຖ້າ​ຫາກວ່າ​ເຂົາ​ດ່າ​ແບບ​ສັ່ງ​ໃຫ້​ເຈົ້າ​ຕາ​ບອດ​ສາ, ພວກ​ເຈົ້າ​ເປັນ​ເຈົ້າ​ວິນ​ຍານ​ສັກ​ສິດ​ຢ່າ​ໄດ້​ຖື​ເອົາ​ມາ​ໃຊ້​ເປັນ​ຄ້ອງ​ໃນ​ຄໍ, ຖ້າ​ຄົນ​ເຂົາ​ດ່າ​ແບບ​ສັ່ງ​ການ​ໃຫ້​ເອົາ​ໄມ້​ແສ້​ແຍ່​ແກ່ນ​ຕາ​ກໍ່​ໃຫ້​ຢ່າ​ເຮັດ.

The sample text has been adapted with thanks from a Lao cultural study, copyright Nancy Costello and Khamleuan Sulavan.  The text was originally entered in Microsoft Word for Windows in about 1995 using Tavultesoft Keyman, version 3.2 (with automated syllable splitting), and converted to Unicode and edited using Lao Script for Windows in 2001.