Saysettha OT OpenType Unicode Lao Sample

Notes

Fonts: This text can be displayed using any Lao Unicode font.  However,  if the OpenType Lao Unicode font Saysettha OT is used, and the system and application support OpenType enhancements to Lao, then superscript and subscript vowels and tone marks will be more accurately positioned in relation to the adjacent characters.  Download Saysettha OT now

Text source: This text is taken from a Lao cultural study, copyright Nancy Costello and Khamleuan Sulavan.

Browsers: This sample has been tested on Internet Explorer (Versions 5.0, 5.5 and 6.0), and Netscape Navigator (Version 7.0), Opera (Version 6.05) and Mozilla (Version 1.1). Word-wrap has been implemented by using ZWSP (U+200B), since neither browsers nor the operating system support word-wrap directly for Lao language.  Internet Explorer will recognize and correctly use the OpenType enhancements if a version of Uniscribe that supports Lao is installed either in the system folder, or in the same folder as the browser. (Uniscribe [usp10.dll] version 1.456.3668.0 includes Lao OpenType font processing, and is currently available to developers; a similar version should soon be available generally.)  Netscape Navigator, Opera and Mozilla also support OpenType (for Lao) on Windows XP (but not on Windows 98/Me).

Lao text input: Text was input using Tavultesoft Keyman, version 3.2 (with automated syllable splitting), in about 1995, and converted to Unicode and edited using Lao Script forWindows in 2001.

1 ປະ​ເພ​ນີ​ຂອງ​ກະ​ຕູ​ບູ​ຮານ

1.1 ການ​ຂ້າ​ຜີ​ຂອງ​ເຜົ່າ​ກະ​ຕູ

ເຜົ່າ​ກະ​ຕູ​ຢູ່​ໃນ​ສະ­ໄໝ​ບູ­ຮານ​ໄດ້​ເລົ່າ​ວ່າ:  ຄົນ​ເຮົາ​ສາ­ມາດ​ຂ້າ​ພວກ​ຜີ​ແລະ​ແຕ່​ນັ້ນ​ມາ​ພວກ​ຜີ​ບໍ່​ສາ­ມາດ​ຈະ​ມາ​ໃກ້​ຄົນ​ກະ​ຕູ​ໄດ້.

ຄົນ​ກະ​ຕູ​ບູ​ຮານ, ເມື່ອ​ຢູ່​ສະ​ໜຸກ​ສຸກ​ສະ​ບາຍ​ພວກ​ເຂົາ​ກໍ່​ທຳ​ມາ​ຫາ​ກິນ​ຕາມ​ທຳ​ມະ​ຊາດ.  ເຂົາ​ເຈົ້າ​ບໍ່​ມີ​ອາ​ການ​ເຈັບ​ເປັນ,  ຢູ່​ໃນ​ໄລ​ຍະ​ນັ້ນ, ບໍ່​ມີ​ການ​ລົ້ມ​ຫາຍ​ຕາຍ​ຈາກ​ໂລກ​ນີ້​ດອກ.  ຄົນ​ກະ​ຕູ​ສະ​ໄໝ​ນັ້ນ​ກໍ່​ແພ່​ຜາຍ​ຫຼາຍໆ​ຄົນ,  ຈຳ​ນວນ​ພົນ​ລະ​ເມືອງ​ກໍ່​ມີ​ຫຼາຍ,  ຢູ່​ໃນ​ໂລກ​ນີ້​ມີ​ຄົນ​ກະ​ຕູ​ຢ່າງ​ໜາ​ແໜ້ນ,  ຜືນ​ດິນ​ແຫ່ງ​ນີ້​ເຕັມ​ແຕ່​ຄົນ​ກະ​ຕູ.  ພາກ​ສວ່ນ​ພວກ​ຜີ​ແຕ່​ລະ​ມື້​ແຕ່​ລະ​ເດືອນ​ແມ່ນ​ຖືກ​ຄົນ​ກະ​ຕູ​ບູ​ຮານ​ຂ້າ. ແຕ່​ລະ​ປີ​ພວກ​ຜີ​ຕົກ​ຢູ່​ໃນ​ສະ​ພາບ​ຖືກ​ທ່າ​ຮັບ,  ຖືກ​ມະ​ນຸດ​ດັບ​ສູນ.  ນັບ​ຕັ້ງ​ແຕ່​ນັ້ນ​ມາ,  ພວກ​ຜີ​ບໍ່​ພໍ​ໃຈ​ກັບ​ຄົນ​ກະ​ຕູ.

ນັບ​ຕັ້ງ​ແຕ່​ນັ້ນ​ມາ​ພວກ​ຜີ​ໄດ້​ຊອກວິ​ທີ​ແລະ​ຄິດ​ວ່າ​ເປັນ​ແນວ​ໃດ​ມະ​ນຸດ​ຈິ່ງ​ສາ​ມາດ​ເຫັນ​ພວກ​ຕົນ​ໄດ້.  ອາ​ໄສ​ຢູ່​ແຜ່ນ​ດິນ​ກໍ່​ບໍ່​ຫວິດ,  ຄົນ​ຍັງ​ນຳ​ມາ​ຂ້າ,  ບາດ​ແລ້ວ​ກໍ່​ຍັງ​ໄປ​ຂ້າ​ຈົນ​ໄດ້, ຈຳ​ເປັນ​ຕ້ອງ​ອາ​ໄສ​ເຊື່ອງ​ຊ່ອນ​ຢູ່​ຕົ້ນ​ໄມ້​ໃບ​ຫຍ້າ, ເຂົາ​ເຈົ້າ​ກໍ່​ຍັງ​ນຳ​ໄປ​ປາບ. ພວກ​ເຮົາ​ລົງ​ໄປ​ຢູ່​ນ້ຳ​ກໍ່​ຍັງ​ມີ​ຄົນ​ເຫັນ​ແລະ​ຂ້າ​ໄດ້,  ພວກ​ຜີ​ກໍ່​ເສຍ​ໃຈ,  ຄຽດ​ແຄ້ນ​ກັບ​ມະ​ນຸດ.  ຕາມ​ຜູ້​ໃຫຍ່​ເຄີຍ​ໄດ້​ເລົ່າ​ສູ່ພວກ​ເດັກ​ນ້ອຍ​ສືບ​ຕໍ່​ກັນ​ມາ.

ໃນ​ມື້​ໜຶ່ງ, ພວກ​ຜູ້​ໃຫຍ່​ໄປ​ທຳ​ມາ​ຫາ​ກິນ​ຢູ່​ໄຮ່​ສວນ​ໃນ​ແຕ່​ລະ​ວັນ, ປະ​ໄວ້​ຍັງ​ເຫຼືອ​ແຕ່​ເດັກ​ນ້ອຍ​ຢູ່​ບ້ານ. ພວກ​ຜີ​ກໍ່​ຊອກ​ຫາ​ກົນ​ອຸ​ບາຍ​ໃໝ່​ຕໍ່​ເດັກ​ນ້ອຍ; ພວກ​ຜີ​ຖາມ​ເດັກ​ນ້ອຍ​ວ່າ: ໂອ! ພໍ່​ແມ່ຂອງ​ພວກ​ເຈົ້າ​ບໍ່​ມີຄວາມ​ສາ​ມາດ​ເບິ່ງ​ເຫັນ​ພວກ​ຜີ​ດອກ, ເດັກ​ນ້ອຍ​ຕອບ​ວ່າ: ຮ​ວ້າຍ​ເຈົ້າ​ຜີ​ຮູ້​ຈັກ​ບໍ່​ຄົນ​ກະ​ຕູ​ຄື​ພວກ​ເຮົາ​ດັບ​ສູນ​ຜີ​ໄດ້​ຫຼາຍ​ບັກ​ແລ້ວ​ໃດ. ເດັກ​ນ້ອຍ​ເວົ້າ​ຕໍ່​ວ່າ​ເຜົ່າ​ກະ​ຕູ​ພວກ​ຂ້າ​ພະ​ເຈົ້າ​ມີ​ແວ່ນ​ວິ​ເສດ​ເຊິ່ງ​ມີຄວາມ​ສາ​ມາດ​ເຫັນ​ໄດ້​ທຸກ​ຢ່າງ​ໃດ​ແລະ​ມີຄວາມ​ສາ​ມາດ​ຂ້າ​ພວກ​ເຂົາ​ອີກ​ດ້ວຍ. ພວກ​ຜີ​ງຶກ​ຫົວ ແລ້ວ​ເວົ້າ​ຕໍ່​ເດັກ​ວ່າ:  ເອີ!  ເອີ! ໄດ້​ແລ້ວ.

ໃນ​ເມື່ອ​ຮູ້ຄວາມ​ລັບ​ຂອງ​ຄົນ​ແລ້ວ, ພວກ​ເດັກ​ນ້ອຍ​ຜີ​ກໍ່​ແຈ້ງ​ໃຫ້​ພໍ່​ແມ່ຂອງ​ຕົນ​ຮູ້​ຈັກ​ວ່າ​ມະ​ນຸດ​ເຂົາ​ເຈົ້າ​ມີ​ແວ່ນ​ວິ​ເສດ​ເຊິ່ງ​ສາ​ມາດ​ເຫັນ​ແລະ​ມີຄວາມ​ສາ​ມາດ​ຂ້າ​ພວກ​ເຮົາ​ອີກ​ດ້ວຍ.  ຜູ້​ເປັນ​ພໍ່​ເປັນ​ແມ່​ຜີ​ຕອບ​ລູກວ່າ: ແມ່ນ​ແທ້​ບໍ່? ລູກ​ຜີ​ຕອບ​ວ່າ​ມີ​ອີ​ຫຼີ, ພໍ່​ແມ່ພວກ​ຜີ​ຖາມ​ລູກວ່າ: ພວກ​ເຈົ້າ​ຮູ້​ມາ​ແຕ່​ໃສ?  ຜູ້​ໃດ​ບອກ​ພວກ​ເຈົ້າ​ຮູ້, ໂອ!  ນັ້ນ​ວ໋າ ກໍ່​ແມ່ນ​ໃຜ​ອີກ ພວກ​ເດັກ​ນ້ອຍ​ມະ​ນຸດ​ຫັ້ນ​ເດ່​ເປັນ​ຜູ້​ເວົ້າ​ໃຫ້​ພວກ​ເຮົາ​ຮູ້, ພໍ່​ແມ່​ຕື່ນ​ຂຶ້ນ​ວ່າ: ຮຶ້! ໄດ້​ແລ້ວ, ໄດ້​ແລ້ວ.

ນັບ​ຕັ້ງ​ແຕ່​ນັ້ນ​ມາ​ໃນ​ແຕ່​ລະ​ມື້, ພວກ​ຜີ​ມີ​ແຕ່​ໄປ​ຈອບ​ເບິ່ງ​ຄົນ, ຊອກ​ເບິ່ງ​ບ່ອນ​ຄົນ​ເອົາ​ແວ່ນ​ວິ​ເສດ​ໄວ້​ຢູ່​ໃສ,  ແຕ່​ບໍ່​ປະ​ກົດ​ເຫັນ​ຈັກ​ເທື່ອ.

ໃນ​ມື້​ໜຶ່ງ, ພວກ​ເດັກ​ນ້ອຍ​ຜີ​ໄປ​ຫຼິ້ນ​ທາງ​ບ້ານ​ມະ​ນຸດ, ພວກ​ເດັກ​ນ້ອຍ​ຜີ​ກໍ່​ເລີຍ​ພົບ​ຄົນ​ຜູ້​ໜຶ່ງ, ພວກ​ເຂົາ​ທ້ວງວ່າ: ໂອ! ພໍ່​ປູ່​ມາ​ແຕ່​ໃສວ໋າ. ເຈົ້າ​ມາ​ແຕ່​ໃສ​ແທ້. ຄົນ​ຜູ້​ນັ້ນ​ເປັນ​ຄົນ​ໂງ່, ຄົນ​ໂງ່ຕອບ​ວ່າ​ໂອ​ຖາມ​ຂ້ອຍ​ບໍ່, ພວກ​ຜີ​ຕອບ​ແມ່ນ​ແລ້ວ​ພໍ່​ປູ່,່ ພໍ່​ປູ່​ຊິ​ໄປ​ໃສ. ໂອ! ຂ້ອຍ​ຊິ​ໄປ​ທ່ຽວ​ຫຼິ້ນ​ດອກ, ເດັກ​ນ້ອຍ​ຜີ​ວ່າ ໂອ!  ເຈົ້າ​ເຄີຍ​ໄດ້​ຍິນ​ບໍ່ ເຂົາ​ເວົ້າ​ວ່າ​ມີ​ເລື່ອງ​ແວ່ນ​ວິ​ເສດ? ແມ່ນ​ເຂົາ​ເຈົ້າ​ເອົາ​ໄວ້​ຢູ່​ໃສ່. ແວ່ນ​ວິ​ເສດ​ສາ​ມາດ​ເບິ່ງ​ຄົນ​ອື່ນ​ແມ່ນ​ບໍ່?  ຄົນ​ໂງ່ຕອບ​ວ່າ​ໂອ! ຂ້ອຍ​ຮູ້​ຢູ່ດອກ, ພວກ​ເຈົ້າ​ຊິ​ເຮັດ​ຫຍັງ? ຖ້າ​ວ່າ​ພໍ່​ປູ່​ຮູ້​ໄປ​ເອົາ​ໃຫ້​ພວກ​ຫຼານ​ເບິ່ງ​ໄດ້​ບໍ່. ໂອ! ພວກ​ເຈົ້າ​ຢາກ​ເຫັນ​ແທ້​ວ໋າ ພວກ​ເດັກ​ນ້ອຍ​ຜີ​ຕອບ​ວ່າ​ພວກ​ເຮົາ​ຢາກ​ເຫັນ​ຊື່ໆ​ບໍ່​ເຮັດ​ຫຍັງ, ພວກ​ເຮົາ​ບໍ່​ເອົາ​ດອກ.  ຄົນ​ໂງ່​ຜູ້​ນັ້ນ​ກໍ່​ໄປ​ເອົາ​ແວ່ນ​ວິ​ເສດ​ດັ່ງ​ກ່າວ​ໃຫ້​ເດັກ​ນ້ອຍ​ຜີ​ເບິ່ງ.

ໃນ​ເມື່ອ​ເດັກ​ນ້ອຍ​ຜີ​ເຫັນ​ແວ່ນ​ກໍ່​ຍ້ອງ​ອ້າງ​ຄົນ​ໂງ່​ວ່າ: ໂອ! ໂຮ! ຈັ່ງ​ແມ່ນ​ງາມ​ຫຼາຍ​ແທ້​ເນາະ, ໂອ​ມັນ​ເປັນ​ຈັ່ງ​ຊີ້ ​ນໍ. ໃນ​ສຸດ​ທ້າຍ, ພວກ​ເດັກ​ນ້ອຍ​ຜີ​ດັ່ງ​ກ່າວ​ກໍ່​ຍາດ​ເອົາ​ຈາກ​ມື​ຄົນ​ໂງ່​ໄດ້, ແລ້ວ​ແລ່ນ​ໜີ​ໄປ​ຈ້ອຍ.  ນັບ​ຕັ້ງ​ແຕ່​ນັ້ນ​ມາ​ຄົນ​ກະ​ຕູ​ເຂົາ​ເຈົ້າ​ໄດ້​ຮັບ​ເຄາະ​ຮ້າຍ​ຈາກ​ຜີ​ແລະ​ບໍ່​ເຫັນ​ໂຕ​ຜີ​ຈົນ​ຮອດ​ທຸກ​ມື້​ນີ້.

ຫຼັງ​ຈາກ​ນັ້ນ​ມາ, ພວກ​ຜີ​ໄດ້​ແວ່ນ​ວິ​ເສດ​ອັນ​ນັ້ນ​ໃນ​ກຳ​ມື. ຮອດ​ປະ​ຈຸ​ບັນ​ມັນ​ກໍ່​ຍັງ​ຢູ່​ນຳ​ພວກ​ຜີ. ຄົນ​ກະ​ຕູ​ພວກ​ເຮົາ, ນັບ​ຕັ້ງ​ແຕ່​ນັ້ນ​ມາ​ບໍ່​ສາ​ມາດ​ເບິ່ງ​ເຫັນ​ຜີ​ອີກ. ໃນ​ຕໍ່​ມາ​ພວກ​ຜີ​ສ້າງ​ຄວາມ​ສະ​ໜຸກ​ຈັບ​ກິນ​ຄົນ, ໃນ​ແຕ່​ລະ​ບ້ານ​ກໍ່​ເກີດ​ມີ​ອາ​ການ​ເຈັບ​ເປັນ​ອຶກ​ກະ​ທຶກ.  ຝູງ​ຄົນ​ກະ​ຕູ ຕົກ​ຢູ່​ໃນ​ສະ​ພາບ​ຖືກ​ຂົ່ມ​ຂູ່ຂອງ​ຜີ​ແລະ​ເກີດ​ມີ​ຄົນ​ເສຍ​ຊິ​ວິດ​ສູນ​ຫາຍ​ໄປ​ຍ້ອນ​ພວກ​ຜີ​ແລະ​ພວກ​ຜີ​ແກ້​ແຄ້ນ​ຄືນ​ກັບ​ຄົນ​ຈົນ​ຮອດ​ທຸກວັນ​ນີ້.

ເຜົ່າ​ກະ​ຕູ​ໃນ​ເວ​ລາ​ນັ້ນ​ຕົກ​ຢູ່​ໃນ​ສະ​ພາບ​ເດືອດ​ຮ້ອນ​ຫຼາຍ, ຄົນ​ເສຍ​ຊິ​ວິດ​ທຸກວັນ, ເຂົາ​ເຈົ້າ​ຮ້ອງ​ໄຫ້​ຢ່າງ​ສະ​ນັ່ນ​ຫວັ່ນ​ໄຫວ​ຢູ່​ບົນ​ໜ້າ​ໂລກ​ແຜ່ນ​ດິນ​ແຫ່ງ​ນີ້, ໄດ້​ສ້າງ​ຄວາມ​ວຸ່ນ​ວາຍ​ກັບ​ເຈົ້າ​ວິນ​ຍານ, ເຈົ້າ​ວິນ​ຍານ​ໄດ້​ແຕ່ງ​ຄົນ​ຂອງ​ຕົນ​ລົງ​ໄປ​ເບິ່ງ​ແລະ​ຖາມ​ເຂົາ​ເຈົ້າ​ວ່າ​ມີ​ເລື່ອງ​ຫຍັງ? ລົງ​ໄປ​ເບິ່ງ​ດູ. ເຈົ້າ​ວິນ​ຍານ​ລົງ​ໄປ​ກໍ່​ເຫັນ​ພວກ​ຜີ​ຂ້າ​ຄົນ. ເຈົ້າ​ວິນ​ຍານ​ທ້ວງວ່າ: ໂອ!  ມີ​ມະ​ນຸດ​ເຂົາ​ເຈົ້າ​ເສຍ​ຊິ​ວິດ, ເຂົາ​ເຈົ້າ​ຈິ່ງ​ຮ້ອງ​ໄຫ້​ເຊິ່ງ​ແມ່ນ​ພວກ​ຜີ​ເປັນ​ຜູ້​ທຳ​ລາຍ​ມະ​ນຸດ​ຊາດ. ເຈົ້າ​ວິນ​ຍານ​ເວົ້າ​ວ່າ: ໂອ! ເປັນ​ໜ້າ​ສົງ​ສານ​ມະ​ນຸດ​ແທ້.  ເຈົ້າ​ວິນ​ຍານ​ເຫັນ​ສະ​ພາບ​ທີ່​ກ່າວ​ມາ, ວິນ​ຍານ​ກັບ​ຄືນ​ມາ​ລາຍ​ງານ​ກັບ​ເຈົ້າ​ນາຍ​ຕົນ​ວ່າ:  ພວກ​ຜີ​ກິນ​ຄົນ.  ເຈົ້າ​ນາຍ​ຕອບ​ວ່າ: ດີ​ແທ້​ບໍ່​ຄວນ​ຈະ​ເຮັດ​ແນວ​ນັ້ນ, ພວກ​ເຮົາ​ຕ້ອງ​ລົງ​ຊ່ອຍ​ມະ​ນຸດ​ດ້ວຍ​ວິ​ທີ​ລົງ​ສູນ​ຄົນ​ໃຫ້​ໄດ້​ຜູ້​ໃດ​ຜູ້​ໜຶ່ງ, ເພື່ອ​ເປັນ​ການ​ສ້າງ​ທ່ານ​ໝໍ​ໃຫ້​ຄົນ​ກະ​ຕູ​ອີກ​ດ້ວຍ.

ຄົນ​ບູ​ຮານ​ເຂົາ​ເຈົ້າ​ຢູ່​ໃນ​ສະ​ພາບ​ເປັນ​ແນວ​ນັ້ນ​ພວກ​ລູກ​ເອີຍ​ໃນ​ສະ​ໄໝ​ພໍ່​ປູ່ ແມ່​ຍ່າ​ເຂົາ​ເຈົ້າ​ເລົ່າ​ຄວາມ​ເປັນ​ມາ​ແບບ​ນັ້ນ, ຈິງ​ບໍ່​ຈິງ​ພວກ​ເຮົາ​ກໍ່​ບໍ່​ຊາບ​ນຳ, ກໍ່​ໄດ້​ເລົ່າ​ຕໍ່ໆ​ກັນ​ມາ, ຈົນ​ເຖິງ​ໃນ​ປະ​ຈຸ​ບັນ​ນີ້.  ໃຫ້​ພວກ​ເດັກໆ​ຊົງ​ຈຳ​ແລະ​ຄິດ​ເບິ່ງ​ຊິ​ວິດ​ຂອງ​ຄົນ​ກະ​ຕູ​ບູ​ຮານ​ຂອງ​ພວກ​ເຮົາ, ໃຫ້​ຄົນ​ສະ​ໄໝ​ນີ້​ຕ້ອງ​ມີ​ການ​ປົກ​ປັກ​ຮັກ​ສາ​ໄວ້. ເຖິງວ່າ​ມັນ​ເປັນ​ເລື່ອງ​ເລັກໆ​ກໍ່​ຕາມ, ແຕ່​ອາດ​ເມືອ​ໜ້າ​ຈະ​ມີ​ຄຸນ​ຄ່າ​ພວກ​ເຮົາ​ກໍ່​ບໍ່​ຮູ້ ແທ້​ໃດ.

ໃນ​ເມື່ອ​ແວ່ນ​ວິ​ເສດ​ຂອງ​ພວກ​ເຮົາ​ເສຍ​ໄປ​ແລ້ວ, ພວກ​ຜູ້​ໃຫຍ່​ເວົ້າ​ວ່າ: ຫາກ​ມີ​ຄົນ​ເຂົາ​ປ້ອຍ​ດ່າ​ໃຫ້​ຄົນ​ກະ​ຕູ​ຕາຍ​ຮ່າ ກໍ່​ຢ່າ​ໃຫ້​ໄດ້​ເຂັດ​ຢຳ​ແດ່​ເນີ!  ຫາກ​ແມ່ນ​ຄົນ​ເຂົາ​ດ່າ​ວ່າ​ຕາຍ​ສາ​ເຈົ້າ ກໍ່​ຢ່າ​ໃຫ້​ມີຄວາມ​ເປັນ​ຈິງ, ຖ້າ​ຫາກວ່າ​ເຂົາ​ດ່າ​ແບບ​ສັ່ງ​ໃຫ້​ເຈົ້າ​ຕາ​ບອດ​ສາ, ພວກ​ເຈົ້າ​ເປັນ​ເຈົ້າ​ວິນ​ຍານ​ສັກ​ສິດ​ຢ່າ​ໄດ້​ຖື​ເອົາ​ມາ​ໃຊ້​ເປັນ​ຄ້ອງ​ໃນ​ຄໍ, ຖ້າ​ຄົນ​ເຂົາ​ດ່າ​ແບບ​ສັ່ງ​ການ​ໃຫ້​ເອົາ​ໄມ້​ແສ້​ແຍ່​ແກ່ນ​ຕາ​ກໍ່​ໃຫ້​ຢ່າ​ເຮັດ.